ຄຸນສົມບັຕຂອງຄົນດີ

buddha2

ຄຸນສົມບັຕຂອງຄົນດີ – Being good person qualifications
ທູເຣ ສັນໂຕ ປະກາເສນໂຕ === ຄົນດີ ຍ່ອມປາກົດເດັ່ນ

ຄົນສ່ວນຫລາຍ ມັກຈະເອົາຄວາມພໍໃຈຫລືຜົລປໂຍດສ່ວນຕົວ ເປັນເຄື່ອງວັດແທກ ໃນການຕັດສິນ ວ່າໃຜເປັນຄົນດີຫລືບໍ່ດີ ເຊັ່ນ: ທ. ມີບຸນ ເຫັນ ທ. ມີລາ ສງ່າງາມ ແລະມີນ້ຳໃຈໄມຕີ ກໍວ່າ ທ. ມີລາ ເປັນຄົນດີ ແມ່ນວ່າໃຜໆກໍບອກວ່າ ເຂົາເປັນຄົນ ຫລອກລວງ ຕົ້ມຕຸນ ຄົນອື່ນກໍຕາມ.

ນ. ຢາໃຈ ໄດ້ຮັບການເບິ່ງແຍງຢ່າງດີ ຈາກ ທ. ພະເນ ຜູ້ມີອາຊີບໃນທາງບໍ່ສຸດຈະຣິດ ຄື ປຸ້ນຈີ້ ແລະຄ້າຂອງເຖື່ອນ ມີຄະດີຕິດໂຕ ຕ້ອງຫລົບໆຊ່ອນໆ ເຈົ້າໜ້າທ່ີບ້ານເມືອງ. ໃຜໆ ກໍຄຶດວ່າ ທ. ພະເນ ເປັນຄົນບໍ່ດີ ແຕ່ນາງຢາໃຈ ກໍຍັງເຫັນ ທ.ພະເນ ຊື່ງເປັນຜົວ ຂອງຕົນເປັນຄົນດີ ເພາະໄດ້ເອົາໃຈ ໃສ່ເບິ່ງແຍງ ແລະໃຫ້ເງິນໃຊ້ ຢ່າງບໍ່ຂາດແຄນ.

ຖ້າຈະເອົາແຕ່ພຽງຄວາມພໍໃຈ ຖືກໃຈ ຫລືຜົລປໂຍດ ເປັນເຄື່ອງຕັດສິນ ຄົນຊົ່ວ ກໍກາຍເປັນຄົນດີ ຫລືຄົນດີໆ ກໍກາຍເປັນຄົນຊົ່ວໄດ້.

ພຣະພຸທເຈົ້າຈຶ່ງຕັດວ່າ ຄົນດີນັ້ນ ຕ້ອງວັດແທກທ່ີ “ຄົນໆນັ້ນ” ທ່ີຈິງແລ້ວ ບໍ່ແມ່ນ ເອົາຄວາມຮູ້ສືກ ທ່ີຄົນອື່ນເຫັນກ່ຽວ ກັບຄົນນັ້ນ

“ຄຳ” ທັມມະຊາດແລ້ວ ກໍເປັນ ຄຳ ແມ່ນມີຄົນມາແກ້ງເວົ້າວ່າ ມັນເປັນ ຂີ້ກົ່ວ ຫລືເປັນທອງແດງ ມັນຈະກາຍເປັນຂີ້ກົ່ວ ຫລືທອງແດງ ໄປຕາມຄຳເວົ້າ ຂອງຄົນນັ້ນໄປບໍ່ໄດ້ ຄຸນສົມບັຕຂອງຄົນດີມີ 7 ຢ່າງ ໃຜມີພຽງ ສອງ ສາມຢ່າງ ກໍດີສອງສາມຢ່າງ ແຕ່ຖ້າມີຄົບ 7 ຢ່າງ ເອີ້ນວ່າເປັນດີຢ່າງສົມບູນ.

ຄຸນສົມບັຕຂອງຄົນດີ 7 ຢ່າງມີຄື:

1. ທັມມັນຍຸຕາ ຄວາມເປັນຜູ້ຮູ້ຈັກເຫຕຸ (ຮູ້ເຫດ)

2. ອັຕຖັນຍຸຕາ ຄວາມເປັນຜູ້ຮູ້ຈັກຜົລ (ຮູ້ຜົລ).

3. ອັຕຕັນຍຸຕາ ຄວາມເປັນຜູ້ຮູ້ຈັກຕົນ (ຮູ້ຕົນ)

4. ມັຕຕັນຍຸຕາ ຄວາມເປັນຜູ້ຮູ້ຈັກປະມານ (ຮູ້ປະມານ)

5. ກາລັນຍຸຕາ ຄວາມເປັນຜູ້ຮູ້ກາລ (ຮູ້ກາລ)

6. ປະຣິສັນຍຸຕາ ຄວາມເປັນຜູ້ຮູ້ຊຸມຊົນ (ຮູ້ຊຸມຊົນ)

7. ປຸຄຄະລະປະໂຣປະຣັນຍຸຕາ ຄວາມເປັນຜູ້ຮູ້ຈັກເລືອກບຸກຄົນ (ຮູ້ບຸກຄົນ)

ຄົນທ່ີຮູ້-ເຫຕ, ຜົລ, ຕົນ, ປະມານ, ກາລ, ຊຸມຊົນ, ບຸກຄົນ ກໍຄືຄົນທ່ີຮູ້ຈັກ “ກາລະເທສະ” ແລະວາງຕົວຖືກຕ້ອງເໝາະສົມ ກັບກາລະເທສະ ນັ້ນເອງ. ຄົນເຊັ່ນນີ້ແລ ນັບວ່າເປັນ ” ຄົນດີ ” ຕາມຫລັກພຣະພຸທສາສນາ.. ເອວັງ .

Posted in ທັມມະແລະບົດສູດ Tagged with:

ລະນາດດົນຕີລາວເດີມ

Posted in ຂ່າວທົ່ວໄປ

ໄຫວຢູ່ບໍ່ອີ່ພໍ່ມຸກດາວັນສັນຕິພອນ

Posted in ຂ່າວທົ່ວໄປ

ວັດລາວສັນຕິທັມ ຍິນດີີຕອ້ນຮັບທຸກໆທ່ານ Wat Lao Santitham welcomes You

Watlao_Santitham_front

Posted in ຂ່າວທົ່ວໄປ

” ຄົນ ”

ຄຳວ່າ “ຄົນ” ເຊີ່ງເປັນສັຕຕ໌ໂລກຈຳພວກໜຶ່ງ ມີຫລາຍຊາຕ ຫລາຍພາສາ. ພາສາບາລີເອີ້ນຄົນວ່າ”ນະໂຣ” ແປວ່າ ຜູ້ຮຸ່ງເຮືອງ, ມະນຸສໂສ ແປວ່າ ເກີດຈາກພຣະມະນູ (ຈິຕໃຈ)

ສວ່ນຄົນທ່ີວິວັທນາກາຣມາຍັງບໍ່ຫລາຍ ຍັງເປັນຄົນປ່າເຖື່ອນ ບໍ່ມີມະນຸສທັມ ເອີ້ນວ່າ” ວານະໂຣ” ແປວ່າ ຄົນປ່າ. ເມື່ອຜູ້ໃດປະພືດຜິດມະນຸສທັມ ເຮົາມັກດ່າວ່າ ຄົນປ່າເຖື່ອນ ໄຮ້ມະນຸສທັມ

ຄົນເປັນສີ່ງມີຊີວິດ ເພາະຮູ້ຈັກເປັນ ຮູ້ຈັກຕາຍ ຮູ້ຈັກກິນ ຮູ້ຈັກຖ່າຍ ຮູ້ຈັກສືບພັນທ໌, ແຕ່ການກິນ ການຖ່າຍ ການສືບພັນທ໌ຂອງຄົນ ມີຄຸນທັມເຂົ້າປະກອບ ຈືງແຕກຕ່າງ ແລະດີກວ່າສັດເດັຽຣະສານຫຼາຍ,

ເພາະສະນັ້ນ, ຄົນຈືງປະເສີດກວ່າສັດເດັຽຣະສານ ຄຸນທັມຂອງຄົນໄດ້ຮັບການພັທນາ ມາ ໃນສັງຄົມມະນຸສເປັນເວລານານ ຫຼາຍກວ່າລ້ານປີແລ້ວ

ຄຸນທັມຂອງຄົນໄດ້ພັທນາມາເຖີງຂັ້ນຈະເຣີນສູງສຸດ ຈົນເຖີງຂະໜາດເຮັດຕົນໃຫ້ພົ້ນຄວາມ ເປັນສັຕຕ໌ໂລກ(ວິສຸທທິເທພ)ໄດ້ ຄົນຈື່ງປະເສີດທີ່ສຸດ ໃນບັນດາສັຕຕ໌ໂລກ ທ່ີເຫັນດວ້ຍຕາທັມດາ. ພຣະພຸທເຈົ້າ ຊົງແບ່ງຄົນອອກເປັນ 4 ປະເພດ ຕາມຄຸນທັມ ຄື:

1. ມະນຸສໂສ ຄົນທັມດາ,
2.​ ມະນຸສສະເປໂຕ ຄົນເຜດ (ບາງເທື່ອກໍເອີ້ນວ່າ ມະນຸສສະເນຣະຍິໂຕ ຄົນນາຮົກ)
3. ມະນຸສສະຕິຣັຈສາໂນ ຄົນສັຕຕ໌
4. ມະນຸສສະເທໂວ ຄົນເທວະດາ. ຄົນທັມດາຍອ່ມມີມະນຸສທັມປະຈຳຕົວ.

ສວ່ນຄົນປະເພດ 2 ແລະ 3 ເປັນຄົນຂາດມະນຸສທັມ ທ່ີເຮົາມັກເອີ້ນວ່າ ອ້າຍເຜຕ, ສັຕຕ໌ນາຮົກ ສັຕຕ໌ເດັຽຣະສານ. ຄົນປະເພດທ່ີ 4 ເປັນຄົນທ່ີມີຄຸນທັມສູງກວ່າຄົນທັມດາ ເປັນເທວະດາໃນໝູ່ຄົນ ເປັນພຣະພົມໃນໝູ່ຄົນ ຈົນເຖີງເປັນພຣະວິສຸທທິເທພໃນໝູ່ຄົນ

ພຣະພຸທເຈົ້າ ຕັສຮູ້ຄວາມຈີງວ່າ ການຍອມສລະຊີວິດ ເພື່ອຮັກສາຄຸນທັມໄວ້ ເປັນປາຣະມີຂັ້ນສູງສຸດ ເອີ້ນວ່າ ປະຣະມັຕຖະປາຣະມີ ປາຣະມີຂັ້ນສູງສຸດນີ້ ມີອຳນາດອຳນວຍຜົນໃຫ້ບັນລຸເຖີງສະພາບຄວາມເປັນວິສຸທທິເທພ.

ການບໍ່ຮັກສາຄຸນທັມຂອງຄົນໄວ້ ເປັນການທຳລາຍຄວາມເປັນຄົນຂອງຕົນ ເຮັດໃຫ້ຕົນເອງຕົກຕ່ຳ ລົງສູ່ຄວາມເປັນຄົນສັຕຕ໌ເດັຽຣະສານ ຄົນເຜດ ຄົນນາຮົກ ໜ້າເສັຽດາຍທ່ີກຳເນີດມາເປັນຄົນ.

ຜູ້ທຳລາຍຄຸນທັມຂອງຄົນດວ້ຍຕົນເອງ ຍອ່ມໄດ້ຮັບການຕິຕຽນຈາກວິນຍູຊົນໃນປັດຈຸບັນ ຕາຍແລ້ວ ຍອ່ມຕົກນາຮົກ ເວັ້ນເສັຽແຕ່ ມີຄຸນທັມເກົ່າໃນຊາດກອ່ນອູ້ມຊູຢູ່. ເພາະສະນັ້ນ ຄົນຄວນຮັກສາຄຸນທັມຂອງຄົນໄວ້. ຄຸນທັມນີ້ຈະຊວ່ຍໃຫ້ຄົນຈະເຣີນຮຸ່ງເຮືອງຍີ່ງໆ ຂຶ້ນໄປ ເມື່ອຄຸນທັມຂັ້ນສູງສຸດມີຫລາຍຂຶ້ນ ຈະມີໂອກາດບັນລຸເຖີງພຣະນີບພານ ເຊີ່ງເປັນບໍລົມສັນຕິສຸຂຕລອດກາລນິຣັນດອນ.

Posted in ທັມມະແລະບົດສູດ

WatLao Santitham Photo

watlaosantitham2013_0165 watlaosantitham2013_0143 watlaosantitham2013_0028 watlaosantitham201300002 watlaosantitham2013_0139 watlaosantitham201300024 watlaosantitham201300009 watlaosantitham201300110 watlaosantitham2013_0150 watlaosantitham201300080 watlaosantitham2013_0175 watlaosantitham2013_0173 watlaosantitham2013_0033 watlaosantitham2013_0114 watlaosantitham2013_0178 watlaosantitham201300072 watlaosantitham201300021 watlaosantitham201300017 watlaosantitham201300109 watlaosantitham201300114 watlaosantitham201300012 watlaosantitham201300135 watlaosantitham2013_0097 watlaosantitham201300010 watlaosantitham2013_0071 watlaosantitham201300017 watlaosantitham201300001 watlaosantitham201300040 watlaosantitham201300004 watlaosantitham201300099 watlaosantitham201300130 watlaosantitham201300108 watlaosantitham2013_0116 watlaosantitham2013_0153 watlaosantitham2013_0154 watlaosantitham2013_0016 watlaosantitham2013_0106 watlaosantitham2013_0127 watlaosantitham201300001 watlaosantitham2013_0079 watlaosantitham2013_0135 watlaosantitham201300058 watlaosantitham2013_0172 watlaosantitham201300124 watlaosantitham201300032 watlaosantitham2013_0142 watlaosantitham2013_0047 watlaosantitham2013_0167 watlaosantitham2013_0169 watlaosantitham201300016 watlaosantitham201300041 watlaosantitham2013_0146 watlaosantitham201300051 watlaosantitham2013_0149 watlaosantitham201300004 watlaosantitham201300127 watlaosantitham2013_0007 watlaosantitham201300079 watlaosantitham2013_0159 watlaosantitham201300069

Slideshow