ຫລັກຄວາມເຊື່ອຖື/ The principle of faith or belief

ພຣະສັມມາສັມພຸທເຈົ້າໄດ້ຊົງຕັດກັບຊາວກາລາມະ ໃນກາລາມະສູຕນັ້ນວ່າ:

ດູກອ່ນ ຊາວກາລາມະ ທັງຫລາຍ ! ພວກທ່ານທັງຫລາຍຢ່າໄດ້ເຊື່ອຖື

1. ໂດຍຟັງຕາມກັນມາ

2. ໂດຍສືບຕໍ່ກັນມາ

3. ໂດຍຕື່ນຂ່າວລື

4. ໂດຍອ້າງຕຳຣາ

5. ໂດຍນຶກເ ນົາເອົາ

6. ໂດຍຄາດຄະເນເອົາ

7. ໂດຍຕືກຕອງຕາມອາການ

8. ໂດຍຄວາມພໍໃຈວ່າຖືກຕ້ອງຕາມລັດທິຂອງຕົນ

9. ໂດຍເຊື່ອວ່າຜູ້ເວົ້າຄວນເຊື່ອຖືໄດ້

10. ໂດຍນັບຖືວ່າທ່ານເປັນຄຣູອາຈາຣຍ໌ຂອງເຮົາ.

The Buddha had said to the Kalama people in Kalama Sutta that:

Well, Kalamas, you all should not believe:

1. Accept a thing merely by hearsay

2. Because it has been handed down by tradition

3. Because it is believed to be so from generations to generations

4.Merely because it has been sanctioned by the scriptures

5. By specious reasoning

6 .By mere logical deduction

7. By rigid adherence to a school of thought

8. Because of ideological and dogmatic preference

9. Because it suits you,

10.or again just out of respect for a religious  teacher.

ພຣະພຸທສາສນາໄດ້ສອນວ່າ ການທີ່ຈະເຊື່ອອັນໃດ ບໍ່ຄວນເຊື່ອງົມງວາຍ(ອະທິໂມກຂະສັທທາ ນອ້ມໃຈເຊື່ອ) ຄວນເຊື່ອຢ່າງມີເຫຕຜົລ(ສັທທາຍານະສັມປະຍຸຕຕະ ເຊື່ອປະກອບດວ້ຍປັນຍາຫັ່ຽງຮູ້.ຜູ້ນັບຖືພຣະພຸທສາສນາຈື່ງເຊື່ອວ່າມີເສຣີພາບໃນການໃຊ້ຄວາມເຊື່ອຢ່າງເຕັມທີ ເພາະສາສນາພຸທບໍ່ມີການບັງຄັບ ການລໍ່ລວງ ໃຫ້ເຊື່ອໃນສື່ງໃດໆ.   ພຣະສາຣິບຸຕເຖຣະ ຜູ້ເປັນອັຄຄະສາວົກກ*ຂວາ ກໍເຄີຍຕອບວ່າ ທ່ນນບໍ່ໄດ້ເຊື່ອໃນສື່ງທ່ີພຣະພຸທເຈົ້າບອກໃຫ້ເຊື່ອ ແຕ່ເຊື່ອເພາະພິຈາລະນາເຫັນດວ່້ຍຕົນເອງ  ເໝືອນກັບການກິນໝາກໄມ້ ຜູ້ກິນຕອ້ງຮູ້ຣົສຂອງໝາກໄມ້ເອງ ບໍ່ຕອ້ງເຊື່ອຕາມທ່ີຜູ້ອື່ນບອກກ່າວ. ວິຊາວິທຍາສາຕ(science)ພະຍາຍາມຄົ້ນຫາຄວາມຈີງດວ້ຍທົດລອງແລະສັງເກດ ຖ້າສີ່ງໃດສູງຫລືປານີດເກີນກ່ວາຈະທົດລອງແລະສັງເກດໄດ້ ວິທຍາສາຕກໍເຂົ້າບໍ່ເຖີງ ເມື່ອວິທຍາສາຕບໍ່ສາມາດທົດລອງໄດ້ ກໍຕອ້ງເອົາວິຊາປຣັຊຍາ ມາຊ່ວຍ(philosophy) ວິຊານີ້ ອະທິບາຍຂໍ້ເທັດຈີງຕາມຫລັກວີທີຫາເຫຕຜົລ ຫລືເອີ້ນວ່າຕັກກະວິທຍາ(logic) ເມື່ອສະລູບແລ້ວ ຫລັກຄວາມເຊື່ອຖືທາງພຣະພຸທສາສນາ ກໍຄືການເຊື່ອຢ່າງມີເຫຕມີຜົລ ຫລືພາຍຫລັງທ່ີໄດ້ຄົ້ນຄ້ວາທົດລອງປະຕິບັດຈົນເຫັນປະຈັກ. ບໍ່ໃຫ້ເຊື່ອຢ່າງງົມງວາຍ ຫລືຂົ່ມຂຸ່ໃຫ້ເຊື່ອ ຖ້າບບໍ່ເຊື່ອ ຈະຕົກນາຮົກ ດັ່ງນີ້ເປັນຕົ້ນ. ແຕ່ໜ້າສົງສານ ຊາວພຸທຈຳນວນໜື່ງ ບໍ່ຄອ່ຍປະຕິບັດຕາມຄຳສັ່ງສອນຂອງພຣະພຸທເຈົ້າ ເມື່ອໄດ້ຍິ່ນໄດ້ຟັງຫຽັງ ກໍມັກຈະເຊື່ອໂລດ ໂດຍບໍ່ໄດ້ພິຈາລະນາໃຫ້ສົມເຫຕສົມຜົລເສັຽກ່ອນ.